ການ​ບໍ​ລິ​ການ​ທຸ​ລະ​ກິດ

WorkSource ຂອງ​ລັດ​ໂອ​ເຣກອນແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ສຳ​ລັບ​ທຸ​ລະ​ກິດ​ແບບ​ຄົບ​ວົງ​ຈອນ. ການ​ບໍ​ລິ​ການທຸກ​ຢ່າງ​ແມ່ນ​ມີ​ໃຫ້​ໂດຍ​ທ່ານ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ.

ການ​ລົງ​ປະ​ກາດວຽກບໍ່​ເສຍ​ຄ່າ

iMatchSkills ແມ່ນ​ຖານ​ຂໍ້​ມູນໃຫຍ່​ທີ່ສຸດ​ຂອງ​ຜູ້​ຊອກວຽກເຮັດ​ຢູ່​ໃນ​ລັດ, ດ້ວຍ​ທັກ​ສະ​ທີ່ຫຼາກຫຼາຍທີ່​ສຸດ. ບໍ່​ມີ​ຄ່າ​ທຳ​ນຽມ​ໃນ​ການ​ລົງ​ປະ​ກາດ​ວຽກ ຫຼື ການ​ຊອກ​ຫາ​ຄົນ​ທີ່​ມີ​ຄວາມ​ສາ​ມາດ. ຈັດ​ການ​ກັບ​ການ​ຈັບ​ຄູ່​ວຽກ​ຂອງ​ທ່ານເອງ ຫຼື ປັບ​ປຸງ​ແຜນ​ການ​ຈ້າງ​ງານ​ກັບ WorkSource ຂອງລັດ​ໂອ​ເຣກອນ.

ເປັນຫຼາຍກວ່າ​ກະ​ດານ​ຂ່າວ​ວຽກ​ເຮັດ: ການ​ເປັນຫຸ້ນ​ສ່ວນ

ຜູ້​ຈ້າງ​ງານ​ທ້ອງ​ຖິ່ນ​ທີ່​ມີ​ສາຍ​ສຳ​ພັນ​ກັນຮັບຟັງ ແລະ ໃຫ້​ວິ​ທີ​ແກ້​ໄຂ​ບັນ​ຫາ​ທີ່​ແທ້​ຈິງ. ພວກ​ເຮົາ​ຈະ​ໄປ​ພົບ​ທີ່ບ່ອນ​ຢູ່​ຂອງ​ທ່ານ, ຮຽນ​ຮູ້​ກ່ຽວ​ກັບ​ທຸ​ລະ​ກິດ​ຂອງ​ທ່ານ ແລະ ສົນ​ທະ​ນາກ່ຽວ​ກັບ​ຄວາມ​ຕ້ອງ​ການ​ໃນ​ການ​ຈ້າງວຽກ​ຂອງ​ທ່ານ​ເພື່ອ​ໃຫ້​ບັນ​ລຸ​ຄວາມຕ້ອງ​ການ​ສະ​ເພາະ​ຂອງ​ບໍ​ລິ​ສັດ​ທ່ານ.

ພະ​ນັກ​ງານ​ສຳ​ລັບ​ວຽກທຸກ​ປະ​ເພດ

WorkSource ເຊື່ອມ​ຕໍ່​ທ່ານ​ກັບ​ຄົນ​ມີ​ຄວາມ​ສາ​ມາດ​ທົ່ວ​ໄປ ແລະ ສະ​ເພາະ​ທາງທຸກ​ຢ່າງ​ໃນ​ບ່ອນ​ດຽວ. ພວກ​ເຮົາ​ຈະ​ເຜີຍ​ແຜ່​ຕຳ​ແໜ່ງວຽກ​ຂອງ​ທ່ານ, ຈັດ​ການຕິດ​ຕໍ່​ຜູ້​ສະ​ໝັກ​ທັງ​ໝົດ, ຄັດ​ກອງ​ຜູ້​ສະ​ໝັກ, ເຮັດ​ການ​ສຳ​ພາດ​ເບື້ອງ​ຕົ້ນ ແລະ ຈະ​ສົ່ງ​ພຽງ​ແຕ່ຜູ້​ສະ​ໝັກ​ທີ່​ກົງ​ຕາມ​ເກນ​ຂອງ​ທ່ານ​ເທົ່າ​ນັ້ນ.

ບັນ​ຈຸ​ເຂົ້າ. ຮັກ​ສາ​ໄວ້. ແກ້​ໄຂ.

ກິດ​ຈະ​ກຳການ​ຈ້າງງານ, ການ​ຝຶກ​ອົບ​ຮົມ, ເງິນຫຼຸດ​ພາ​ສີ ແລະ ອື່ນໆ. ການ​ຝຶກ​ອົບ​ຮົມ​ສາ​ມາດ​ເປັນ​ໜຶ່ງ​ໃນ​ຄ່າ​ໃຊ້​ຈ່າຍ​ຂອງ​ພະ​ນັກ​ງານ​ທີ່​ແພງ​ທີ່​ສຸດ. ໂປ​ຣ​ແກ​ຣມຂອງ​ພວກ​ເຮົາ​ສາ​ມາດ​ຊ່ວຍ​ທ່ານ​ປະຢັດ​ເວ​ລາ ແລະ ຊ່ວຍອອກ​ຄ່າ​ໃຊ້​ຈ່າຍ​ການ​ຝຶກ​ອົບ​ຮົມ​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ເຮັດ​ການ​ຈ້າງງ​ການ​ກັບ​ທັກ​ສະ​ທີ່​ທ່ານຕ້ອງ​ການ.

WorkSource ສາ​ມາດຊ່ວຍທ່ານ​ໄດ້ຄື:

  • ສ້າງ​ການ​ປະ​ກາດ​ວຽກ​ເພື່ອ​ຜົນ​ຮັບ​ທີ່​ດີກວ່າ​ເກົ່າ
  • ຮຽກ​ຕົວ​ຜູ້​ສະ​ໝັກ​ວຽກ​ຜ່ານຕະຫຼາດ​ຈັດ​ຫາ​ວຽກ ແລະ ກິດ​ຈະ​ກຳ​ການ​ຈ້າງ​ງານ
  • ລະ​ບຸ​ເງິນຫຼຸດ​ພາ​ສີ​ທີ່​ເປັນ​ໄປ​ໄດ້
  • ໃຫ້ການ​ວິ​ເຄາະ​ຂໍ້​ມູນ​ແຮງ​ງານ​ແບບ​ກຳ​ນົດ​ເອງ
  • ສ້າງ​ອັດ​ຕາ​ຄ່າ​ຈ້າງ​ທີ່ແຂ່ງ​ຂັນ​ໄດ້​ໃນ​ຕະຫຼາດ​ເພື່ອ​ດຶງ​ດູດ ແລະ ຮັກ​ສາ​ຜູ້​ທີ່​ມີ​ຄວາມ​ສາ​ມາດ​ໄດ້
  • ສ້າງ​ພະ​ນັກ​ງານ​ໃຫ້​ມີ​ຄວາມ​ຊຳ​ນານດ້ວຍ​ການ​ຝຶກ​ງານຕົວ​ຈິງ, ລົງ​ຝຶກ​ງານ ແລະ ຕົວ​ເລືອກ​ການ​ຝຶກ​ອົບ​ຮົມ

WorkSource ຢູ່​ທີ່ນີ້​ເພື່ອ​ເປັນ​ຫຸ້ນ​ສ່ວນ​ກັບ​ທ່ານ. ແຕ່​ລະ​ປີ, ຜູ້​ຕາງ​ໜ້າບໍ​ລິ​ການ​ດ້ານ​ທຸ​ລະ​ກິດ​ຂອງ​ພວກ​ເຮົາໃຫ້​ບໍ​ລິ​ການ​ແກ່​ທຸ​ລະ​ກິດ 9,700 ທຸ​ລະ​ກິດ, ລົງປະ​ກາດ​ວຽກ 250,000 ຕຳ​ແໜ່ງ ແລະ ຊ່ວຍ​ການຈ້າງ​ງານ 34,000 ຕຳແໜ່ງ. ໃຫ້​ທີມ​ຂອງ​ພວກ​ເຮົາ​ຊ່ວຍ​ທຸ​ລະ​ກິດ​ຂອງ​ທ່ານ.

ໂປ​ຣ​ແກ​ຣ​ມ​ທຸ​ລະ​ກິດ ແລະ ເງິນ​ຫຼຸດ​ພາ​ສີ

WorkSource ຂອງ​ລັດ​ໂອ​ເຣກອນມີ​ໂປ​ຣ​ແກ​ຣມທຸ​ລະ​ກິດ ແລະ ເງິນຫຼຸດ​ພາ​ສີ​ເພື່ອ​ຊ່ວຍ​ທ່ານ​ຊອກ​ຫາ​ຄົນ​ມີ​ຄວາມ​ສາ​ມາດ, ປະ​ຢັດ​ເງິນ ແລະ ຂະ​ຫຍາຍທຸ​ລະ​ກິດ​ຂອງ​ທ່ານ. ຜູ້​ຕາງ​ໜ້າ​ບໍ​ລິ​ການ​ທຸ​ລະ​ກິດ​ໃນທ້ອງ​ຖິ່ນຈະທຸ່ມ​ເທ​ໃຫ້​ກັບ​ການ​ເປັນ​ຫຸ້ນ​ສ່ວນ​ກັບ​ທ່ານ. ພວກ​ເຂົາ​ຈະ​ໄປ​ພົບ​ທ່ານ​ທີ່​ສະ​ຖານ​ທີ່​ຂອງ​ທ່ານ, ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ສະ​ເພາະ​ຂອງ​ບໍ​ລິ​ສັດ ແລະ ຊ່ວຍ​ຫາ​ທາງ​ອອກ.

ຈ້າງພະ​ນັກ​ງານ​ທີ່​ມີ​ຄຸນ​ນະ​ພາບ

WorkSource ເຊື່ອມ​ຕໍ່​ທ່ານ​ກັບ​ຄົນ​ມີ​ຄວາມ​ສາ​ມາດ​ທົ່ວ​ໄປ ແລະ ສະ​ເພາະ​ທາງທຸກ​ຢ່າງ​ໃນ​ບ່ອນ​ດຽວ. ພວກ​ເຮົາສາ​ມາດ​ຊ່ວຍ​ທ່ານ​ໃນ​ການບັນ​ຍາຍ​ລາ​ລະ​ອຽດໜ້າ​ວຽກ, ເຜີຍ​ແຜ່​ຕຳ​ແໜ່ງວຽກ​ຂອງ​ທ່ານ, ຈັດ​ການຕິດ​ຕໍ່​ຜູ້​ສະ​ໝັກ​ທັງ​ໝົດ, ຄັດ​ກອງ​ຜູ້​ສະ​ໝັກ, ເຮັດ​ການ​ສຳ​ພາດ​ເບື້ອງ​ຕົ້ນ ແລະ ຈະກ່າວ​ເຖິງພຽງ​ແຕ່ຜູ້​ສະ​ໝັກ​ທີ່​ໄດ້ຕາມ​ເກນ​ຂອງ​ທ່ານ​ເທົ່າ​ນັ້ນ. ພວກ​ເຮົາ​ສະເລ່ຍ​ການ​ຈ້າງ​ງານ 1 ຄັ້ງ​ສຳ​ລັບ​ທຸກໆ​ການສົ່ງ​ຕໍ່ 3.4 ຄັ້ງ​ໃນ​ລາຍ​ການ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ນັກ​ງານ. ພວກ​ເຮົາຍັງ​ຈະລະ​ບຸ​ເງິນ​ຫຼຸດ​ພາ​ສີ​ທີ່​ເປັນ​ໄປ​ໄດ້ ແລະ ແບ່ງ​ປັນ​ຄ່າ​ຈ້າງ​ທີ່ແຂ່ງ​ຂັນ​ໃນ​ຕະຫຼາດ​ເພື່ອ​ຊ່ວຍ​ທ່ານ​ດຶງ​ດູດ ແລະ ຮັກ​ສາ​ຄົນ​ທີ່​ມີ​ຄວາມ​ສາ​ມາດ.

ບັນ​ຈຸ ແລະ ຈ້າງ ນັກ​ຮົບ​ເກົ່າ. ຮຽນ​ຮູ້​ກ່ຽວ​ກັບ​ຈຸດ​ດີ​ຂອງ​ການຈ້າງ​ນັກ​ຮົບ​ເກົ່າ ແລະ ໂປ​ຣ​ແກ​ຣມຈ້າງ​ນັກ​ຮົບ​ທີ່​ມີຫຼຽນ​ໄຊ​ແຮງ​ງານ. ຕິດ​ຕໍ່​ຫາ​ຜູ້​ຕາງ​ໜ້າ​ນາຍ​ຈ້າງ​ນັກ​ຮົບ​ເກົ່າ​ໃນ​ທ້ອງ​ຖິ່ນ​ຜູ້​ທີ່​ສາ​ມາດ​ຊ່ວຍ​ໃຫ້​ທ່ານບັນ​ລຸ​ຄວາມ​ຕ້ອງ​ການ​ແຮງ​ງານ​ຂອງ​ທ່ານ​ໄດ້​ໂດຍ​ການບັນ​ຈຸ ແລະ ຮັກ​ສາ​ນັກ​ຮົບ​ເກົ່າ.

ເງິນ​ຫຼຸດ​ພາ​ສີ ໂອ​ກາດ​ໃນ​ການ​ເຮັດ​ວຽກ ຮັບ​ເອົາ​ເງິນ​ຫຼຸດ​ພາ​ສີ​ຕັ້ງ​ແຕ່ $1,500 ຫາ $9,600 ຕໍ່ການຈ້າງ ໂດຍ​ການ​ຈ້າງ​ຄົນ​ທີ່​ພົບ​ບັນ​ຫາ​ໃນ​ການ​ຊອກວຽກ​ເຊັ່ນ: ນັກ​ຮົບເກົ່າ, ຄົນ​ທີ່​ໄດ້​ຮັບ TANF ຫຼື SNAP, ຄົນ​ພິ​ການ, ຄົນ​ທີ່ເຄີຍ​ຖືກ​ຂັງ, ຄົນ​ທີ່​ຫວ່າງ​ງານຫຼາຍ​ກວ່າ​ຫົກ​ເດືອນ ແລະ ອື່ນໆ.

ໂປ​ຣ​ແກ​ຣມວຽກ​ເພີ່ມ (Jobs Plus). ຈ້າງ​ຄົນ​ທີ່​ໄດ້​ຮັບ TANF ແລະ ຮັບ​ເອົາ​ເງິນ​ຄືນ​ສູງ​ສຸດ​ຮອດຄ່າ​ຈ້າງ​ຂັ້ນ​ຕ່ຳ​ຂອງ​ລັດໂອ​ເຣກອນບວກ​ກັບ​ພາ​ສີ​ຄ່າ​ຈ້າງ​ຂອງ​ນາຍ​ຈ້າງ ແລະ ເງິນ​ຊົດ​ເຊີຍ​ຜູ້​ເຮັດ​ວຽກ.

ໂປ​ຣ​ແກ​ຣມ​ພະ​ນັກ​ງານບູ​ລິ​ມະ​ສິດ. ຈ້າງ​ຄົນ​ທີ່​ພິ​ການ​ຖາ​ວອນ​ຈາກ​ການ​ບາດ​ເຈັບ​ໃນ​ພາກ​ປະ​ຕິ​ບັດ ແລະ ຮັບ​ເງິນ​ຄືນ​ສຳ​ລັບ​ຄ່າ​ຈ້າງ​ພະ​ນັກ​ງານບູ​ລິ​ມະ​ສິດເປັນ​ເວ​ລາ​ຫົກ​ເດືອນ.

ພັນ​ທະບັດຂອງ​ລັດ​ຖະ​ບານ​ກາງ. ​ຮັບ​ພັນ​ທະ​ບັດຄວາມ​ຊື່​ສັດ​ຈຳ​ນວນ $5,000, ບໍ່​ເສຍ​ຄ່າ, ເ​ພື່ອ​ເປັນ​ແຮງ​ຈູງ​ໃຈ​ໃນ​ການຈ້າງ​ງານ​ຄົນ​ທີ່ບໍ່​ມີ​ສິດ​ໄດ້​ຮັບ​ພັນ​ທະ​ບັດ​ຄວາມ​ຊື່​ສັດ​ທາງ​ການ​ຄ້າ. ໂປ​ຣ​ແກ​ຣມນີ້, ສະ​ໜັບ​ສະ​ໜູນ​ໂດຍ​ກະ​ຊວງແຮງ​ງາ​ນສະ​ຫະ​ລັດ, ມີ​ອັດ​ຕາ​ຄວາມ​ສຳ​ເລັດ​ທີ່ 99% ທົ່ວ​ປະ​ເທດ.

ໂປ​ຣ​ແກ​ຣມການຮັບ​ຮອງ​ແຮງ​ງານ​ຕ່າງ​ປະ​ເທດ (FLC). ຖ້າ​ຫາກ​ທ່ານ​ກຳ​ລັງ​ປະ​ສົບ​ກັບ​ການ​ຂາດ​ແຄນແຮງ​ງານ, FLC ສາ​ມາດ​ຊ່ວຍທ່ານນຳ​ທາງ​ຫາ​ການ​ຮັບ​ຮອງ H-2A ແລະ H-2B ຊົ່ວ​ຄາວ ແລະ ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງໄດ້.

ຝຶກ​ອົບຮົມ ແລະ ຮັກສາ

ການ​ຝຶກ​ອົບ​ຮົມ​ສາ​ມາດ​ເປັນ​ໜຶ່ງ​ໃນ​ຄ່າ​ໃຊ້​ຈ່າຍ​ຂອງ​ພະ​ນັກ​ງານ​ທີ່​ແພງ​ທີ່​ສຸດ. WorkSource ສາ​ມາດ​ຊ່ວຍ​ທ່ານ​ພັດ​ທະ​ນາ​ແຮງ​ງານ​ທີ່​ມີ​ຄວາມ​ສາ​ມາດ ແລະ ເພີ່ມ​ທັກ​ສະ​ຂອງ​ແຮງ​ງານ​ໃນ​ປັດ​ຈຸ​ບັນ​ຂອງ​ທ່ານດ້ວຍ​ການ​ຝຶກ​ງານ​ຕົວ​ຈິງ, ການ​ລົງ​ຝຶກ​ງານ ແລະ ຕົວ​ເລືອກ​ການ​ຝຶກ​ອົບ​ຮົມ. ພວກ​ເຮົາ​ສາ​ມາດ​ຊ່ວຍ​ທ່ານ​ເລື່ອງຄ່າ​ໃຊ້​ຈ່າຍ​ການ​ຝຶກ​ອົບ​ຮົມ.

ໂປ​ຣ​ແກ​ຣມການ​ຝຶກ​ອົບ​ຮົມ​ພາກ​ປະ​ຕິ​ບັດໃນ​ວຽກ (OJT). ປະຢັດ​ເງິນ​ຂອງ​ທ່ານກັບ OJT ໂດຍ​ການ​ຮັບ​ເງິນ​ຄືນ​ສູງ​ສຸດ​ເຖິງ 50% ຂອງ​ຄ່າ​ຈ້າງ​ງານ​ໃໝ່ (ສູງ​ສຸດ​ຮອດ $5,000) ໃນ​ໄລ​ຍະ​ສອງ​ສາມເດືອນ​ທຳອິດ​ຂອງ​ການ​ຝຶກ​ອົບ​ຮົມ​ພາກ​ປະ​ຕິ​ບັດ.

ການຝຶກ​ງານ. ການ​ຝຶກ​ງານ​ປະ​ກອບ​ດ້ວຍ​ການ​ຝຶກ​ອົບ​ຮົມ​ພາກ​ປະ​ຕິ​ບັດທີ່ໄດ້​ຮັບ​ການ​ແນະ​ນຳກັບການ​ສອນ​ໃນ​ຫ້ອງ​ຮຽນ.

ການ​ແບ່ງ​ປັນ​ວຽກ (Work Share). ຫຼີກ​ລ່ຽງ​ການປົດອອກວຽກ ແລະ ຮັກ​ສາ​ຄົນ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ໄລ​ຍະ​ການ​ຖົດ​ຖອຍ​ຂອງ​ທຸ​ລະ​ກິດ​ຊົ່ວ​ຄາວ. ການ​ແບ່ງ​ປັນ​ວຽກ (Work Share) ອະ​ນຸ​ຍາດ​ໃຫ້​ທ່ານ​ຮັກ​ສາ​ພະ​ນັກ​ງານ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ໄລ​ຍະຊ່ວງ​ເວ​ລາ​ທີ່​ຊ້າ​ໂດຍ​ການຫຼຸດ​ຊົ່ວ​ໂມງ​ເຮັດ​ວຽກ. ພະ​ນັກ​ງານ​ທີ່​ມີ​ສິດ​ຜູ້​ທີ່​ຊົ່ວ​ໂມງ​ເຮັດ​ວຽກ ແລະ ຄ່າ​ຈ້າງ​ຖືກຫຼຸດ​ລົງ​ໄດ້​ຮັບເງິນຊ່ວຍເຫຼືອປະກັນໄພການຫວ່າງງານເພື່ອ​ຊົດ​ເຊີຍ​ສຳ​ລັບ​ຄ່າ​ຈ້າງ​ທີ່​ໄດ້​ສູນ​ເສຍ.

ຖ້າ​ຫາກ​ທ່ານ​ກຳ​ລັງ​ພິ​ຈາລະ​ນາ​ການປົດ​ອອກວຽກ, ບອກ​ໃຫ້​ພວກ​ເຮົາ​ຮູ້. ທີມ​ຕອບ​ກັບ​ຢ່າງໄວ​ວ​າຂອງ​ພວກ​ເຮົາສາ​ມາດ​ຊ່ວຍ​ທ່ານຫຼີກ​ລ່ຽງ​ການປົດ​ອອກວຽກ ຫຼື ໃຫ້​ຄວາມ​ຊ່ວຍ​ເຫຼືອແກ່​ພະ​ນັກ​ງານ​ທີ່​ຖືກ​ເຊົາ​ຈ້າງໄດ້. ພວກ​ເຮົາ​ຈະ​ໄປ​ສະ​ຖານ​ທີ່​ຂອງ​ທ່ານ, ພົບ​ກັບ​ພະ​ນັກ​ງານ​ຂອງ​ທ່ານ, ລົງ​ທະ​ບຽນ​ໃຫ້​ພວກ​ເຂົາ​ໃນ iMatchSkills, ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ການ​ຮັກ​ສາ​ໄວ້​ເພື່ອ​ວຽກອື່ນ ແລະ ເຊື່ອມຕໍ່​ພວກ​ເຂົາ​ກັບແຫຼ່ງ​ຊັບ​ພະ​ຍາ​ກອນ.

ເຮັດ​ໃຫ້ທຸລະກິດຂອງ​ທ່ານໃຫ້​ເຕີບ​ໂຕ

ພວກ​ເຮົາ​ສະ​ໜອງ ການ​ວິ​ເຄາະ​ຂໍ້​ມູນ ເພື່ອ​ຊ່ວຍ​ທ່ານ​ຄາດ​ການ ແລະ ກະ​ກຽມ​ສຳ​ລັບ​ການ​ປ່ຽນ​ແປງ​ຂອງ​ເສດ​ຖະ​ກິດ.

ວາງ​ແຜນເສັ້ນ​ທາງ​ການ​ເຕີບ​ໂຕ​ດ້ວຍການ​ເປັນ​ຫຸ້ນ​ສ່ວນ​ຂະ​ແໜງ​ການ (Sector Partnerships). ຂົງເຂດ WorkSource ຂອງ​ພວກ​ເຮົາ​ຮວບ​ຮວມ​ທຸ​ລະ​ກິດ​ຕ່າງໆ​ຕາມ​ພາກ​ສ່ວນ ແລະ ຮ່ວມ​ກັນກຳ​ນົດວິ​ທີ​ເຮັດ​ໃຫ້​ທຸ​ລະ​ກິດ​ເຕີບ​ໂຕ. WorkSource ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄູ່​ສັນ​ຍາ, ໜ່ວຍ​ງານ​ດ້ານ​ທີ່​ຢູ່​ອາ​ໄສ ແລະ ອື່ນໆມາ​ຮ່ວມ​ກັນ. ພວກ​ເຮົາ​ສ້າງ​ໂປ​ຣ​ແກ​ຣມ​ການຝຶກ​ງານ, ເປັນຫຸ້ນ​ສ່ວນ​ກັບ​ວິ​ທະ​ຍາ​ໄລ​ທ້ອງ​ຖິ່ນ ແລະ ຜູ້​ສະ​ໜັບ​ສະ​ໜູນ​ສຳ​ລັບ​ທີ່​ຢູ່​ອາ​ໄສ​ເພື່ອ​ໃຫ້​ແຮງ​ງານ​ຂອງ​ທ່ານ​ສາ​ມາດ​ເຕີບ​ໂຕ​ໄດ້.