WorkSource ຂອງ​ລັດ​ໂອ​ເຣກອນແມ່ນ​ຫຍັງ?

WorkSource Oregon ຂອງ​ລັດ​ໂອ​ເຣກອນແມ່ນ​ຫຸ້ນ​ສ່ວນ​ກັບ​ພະ​ແນກ​ການ​ຈ້າງ​ງານ​ຂອງ​ໂອ​ເຣກອນ ແລະ ລັດ, ທ້ອງ​ຖິ່ນ ແລະ ອົງ​ກອນບໍ່​ຫວັງ​ຜົນ​ກຳ​ໄລທົ່ວ​ລັດ. ພວກ​ເຮົາ​ໃຫ້​ການ​ຈ້າງ​ງານ ແລະ ບໍ​ລິ​ການການ​ຝຶກ​ອົບ​ຮົມ​ທີ່ຫຼາກຫຼາຍແກ່​ຜູ້​ຊອກ​ຫາ​ວຽກ ແລະ ນາຍ​ຈ້າງ​ໃນ​ລັດໂອ​ເຣກອນ.

WorkSource ຂອງ​ລັດ​ໂອ​ເຣກອນຊ່ວຍ​ຄົນ​ຊອກວຽກ ແລະ ຊ່ວຍ​ທຸ​ລະ​ກິດ​ຊອກ​ຫາຄົນ​ທີ່​ມີ​ຄວາມ​ສາ​ມາດ.

ຜູ້​ຊອກ​ວຽກເຮັດ

ບໍ່​ວ່າ​ທ່ານ​ຈະ​ຖືກ​ປົດອອກ, ຕ້ອງ​ການ​ປ່ຽນ​ແປງ​ດ້ານ​ອາຊີບ ຫຼື ກຳ​ລັງ​ຊອກ​ຫາ​ວຽກ​ທຳ​ອິດ​ຂອງ​ທ່ານ, WorkSource ສາ​ມາດ​ຈັບ​ຄູ່​ທ່ານ​ກັບ​ວຽກ​ທີ່ທ່ານ​ສາ​ມາດ​ເຮັດ​ໄດ້​ດີ ແລະ ມີ​ຄວາມສຸກ​ກັບ​ມັນໄດ້. ທ່ານ​ສາ​ມາດ​ເຂົ້າ​ຮ່ວ​ມ​ງານ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເຮັດ​ຊີວະ​ປະ​ຫວັດ, ທັກ​ສະ​ດ້ານ​ຄອມ​ພິວ​ເຕີ, ການ​ສຳ​ພາດ ແລະ ອື່ນໆ. ພວກ​ເຮົາ​ອາດ​ຈະ​ສາ​ມາດ​ຈ່າຍ​ຄ່າ​ການ​ຝຶກ​ອົບ​ຮົມ​ເພື່ອ​ໃຫ້​ທ່ານ​ໄດ້​ມີ​ຄວາມ​ກ້າວໜ້າ​ທາງ​ດ້ານ​ອາ​ຊີບຂອງ​ທ່ານ. ແລະ ພວກ​ເຮົາ​ສາ​ມາດ​ຕິດ​ຕໍ່​ທ່ານ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ອື່ນ​ສຳ​ລັບ​ຄວາມ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ບາງ​ຢ່າງ​ເມື່ອ​ທ່ານ​ຊອກ​ວຽກ ຫຼື ຜ່​ານ​ການ​ຝຶກ​ອົບ​ຮົມ ຫຼື ໂຮງ​ຮຽ​ນ.

ທຸ​ລະ​ກິດ​ຕ່າງ​ໆ

WorkSource ຂອງ​ລັດ​ໂອ​ເຣກອນສາ​ມາດຊ່ວຍ​ທ່ານ​ຊອກ​ຫາ​ຄົນ​ມີ​ຄວາມ​ສາ​ມາດ, ປະ​ຢັດ​ເງິນ ແລະ ຂະ​ຫຍາຍທຸ​ລະ​ກິດ​ຂອງ​ທ່ານໄດ້. ພວກ​ເຮົາ​ຊ່ວຍບັນ​ຈຸຄົນ​ທີ່​ມີ​ຄວາມ​ສາ​ມາດທົ່ວ​ໄປ ແລະ ສະ​ເພາະ​ທາງ. ພວກ​ເຮົາລະ​ບຸ​ເງິນ​ຫຼຸດ​ພາ​ສີ​ທີ່​ເປັນ​ໄປ​ໄດ້ ແລະ ແບ່ງ​ປັນ​ຄ່າ​ຈ້າງ​ທີ່ແຂ່ງ​ຂັນ​ໃນ​ຕະຫຼາດ​ເພື່ອ​ຊ່ວຍ​ທ່ານ​ດຶງ​ດູດ ແລະ ຮັກ​ສາພະ​ນັກ​ງານ​ທີ່​ມີ​ຄຸນ​ນະ​ພາບ. ແລະ WorkSource ສາ​ມາດ​ຊ່ວຍ​ທ່ານ​ພັດ​ທະ​ນາ​ແຮງ​ງານ​ທີ່​ມີ​ຄວາມ​ສາ​ມາດ ແລະ ເພີ່ມ​ທັກ​ສະ​ຂອງ​ແຮງ​ງານ​ໃນ​ປັດ​ຈຸ​ບັນ​ຂອງ​ທ່ານດ້ວຍ​ການ​ຝຶກ​ງານ​ຕົວ​ຈິງ, ການ​ລົງ​ຝຶກ​ງານ ແລະ ຕົວ​ເລືອກ​ການ​ຝຶກ​ອົບ​ຮົມ. ພວກ​ເຮົາ​ສາ​ມາດ​ຊ່ວຍ​ທ່ານ​ເລື່ອງຄ່າ​ໃຊ້​ຈ່າຍ​ການ​ຝຶກ​ອົບ​ຮົມ.

ຜູ້​ຊອກ​ວຽກເຮັດ ແລະ ທຸ​ລະ​ກິດ​ສາ​ມາດ​ເຂົ້າ​ເຖິງ​ບໍ​ລິ​ການ​ທີ່ worksourceoregon.org ຫຼື ໜຶ່ງ​ໃນ 39 ແຫ່ງ​ຂອງ​ພວກ​ເຮົາ.

ການສຶກ​ສາ​ສະ​ແດງ​ໃຫ້​ເຫັນວ່າ​ຜູ້​ທີ່​ໃຊ້​ບໍ​ລິ​ການຂອງ WorkSource ມີ​ແນວ​ໂນ້ມ​ຊອກວຽກ​ໄດ້​ໄວກວ່າ ແລະ ມີ​ລາຍ​ຮັບຫຼາຍກວ່າ​ຜູ້​ທີ່ບໍ່​ໃຊ້.

ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແບບ​ຕົວ​ຕໍ່​ຕົວ​ໃນ​ການ​ຊອກວຽກເຮັດຂອງ​ທ່ານ ຫຼື ໃນ​ທຸ​ລະ​ກິດ​ຂອງ​ທ່ານ, ຕິດ​ຕໍ່​ຫາ WorkSource ຂອງ​ລັດ​ໂອ​ເຣກອນມື້ນີ້.