541VETS

ການຊ່ວຍເຫຼືອຂອງພວກເຮົາສຳລັບນັກຮົບເກົ່າບໍ່ໄດ້ເລີ່ມຕົ້ນຂຶ້ນ ຫຼື ສິ້ນສຸດລົງທີ່ປະຕູໜ້າ.
541VETS
 
 
541VETS ແມ່ນຫ້ອງສະໝຸດດິຈິຕອນທີ່ສະເໜີຊັບພະຍາກອນການຝຶກອົບຮົມ ແລະ ການຈ້າງງານສຳລັບນັກຮົບເກົ່າ, ຄູ່ສົມລົດ ແລະ ບຸກຄົນອື່ນໆທີ່ຢູ່ໃນການຄຸ້ມຄອງໃນເຂດຊົນນະບົດຂອງລັດ Oregon.
 

541VETS ຖືກພັດທະນາຂຶ້ນເພື່ອຮັບປະກັນວ່ານັກຮົບເກົ່າທຸກຄົນໃນເຂດຊົນນະບົດ, ຄູ່ສົມລົດທີ່ມີສິດ ແລະ ບຸກຄົນອື່ນໆທີ່ຢູ່ໃນການຄຸ້ມຄອງຈະມີສິດເຂົ້າເຖິງຊັບພະຍາກອນຊ່ວຍເຫຼືອການຈ້າງງານທີ່ມີຄຸນນະພາບສູງຢ່າງເທົ່າທຽມກັນ ບໍ່ວ່າບຸກຄົນດັ່ງກ່າວຈະຢູ່ບ່ອນໃດກໍຕາມ. ອີກຢ່າງ, ການສະແດງຊັບພະຍາກອນໃນລັກສະນະທີ່ສະເພາະບຸກຄົນຈະເຮັດໃຫ້ລູກຄ້າສາມາດເລືອກຊັບພະຍາກອນດີທີ່ສຸດສຳລັບພວກເຂົາໃນເວລານັ້ນໆ.


ໃນປັດຈຸບັນ, ຫ້ອງສະໝຸດດິຈິຕອນມີວິດິໂອການວາງແຜນອາຊີບແບບຍຸດທະວິທີ ແລະ ຈະເພີ່ມຂຶ້ນໃຫ້ລວມມີວິດີໂອການຝຶກອົບຮົມທີ່ຫຼາຍຂຶ້ນ, ພອດແຄສ, ຊຸມຊົນ, ທຸລະກິດ ແລະ ຈຸດເດັ່ນໃນອາຊີບ.

ບົດທີ 1 ຂອງການວາງແຜນອາຊີບແບບຍຸດທະວິທີ: ການນຳສະເໜີ ແລະ ຄວາມພ້ອມໂດຍທົ່ວໄປ (in English)

Tactical Career Planning
 

ວິດີໂອການຝຶກອົບຮົມ (in English)

ຕົວຢ່າງເອກະສານ (in English)

 

ເອກະສານຕາມຄຳສັ່ງ (in English)

 

ຊັບພະຍາກອນທາງທຸລະກິດ (in English)

 

ຂ່າວຫຍໍ້ຂອງ Head Space ແລະ Timing Newsletter (ພາສາອັງກິດ)

 

ຂ່າວຫຍໍ້ຂອງ Business Up-Brief Newsletter (ພາສາອັງກິດ)

ການຮັບຮູ້ເຖິງການປັບປຸງຂອງ Stevens
ເງິນຊ່ວຍເຫຼືອອາຊີບສຳລັບນັກຮົບເກົ່າຂອງລັດ (Jobs for Veterans' State Grant, JVSG) ແມ່ນສະໜອງທຶນໂດຍລັດຖະບານກາງ 100% ຜ່ານກະຊວງແຮງງານຂອງສະຫະລັດ, ການບໍລີການຈ້າງງານ ແລະ ການຝຶກອົບຮົມນັກຮົບເກົ່າ (U.S. Department of Labor, Veterans' Employment and Training Service, USDOL-VETS). ເງິນຊ່ວຍເຫຼືອນີ້ແມ່ນສ່ວນໜຶ່ງຂອງເງິນຊ່ວຍເຫຼືອທີ່ມີທັງໝົດ $2,429,678 ໂດຍທີ່ 0% ແມ່ນສະໜອງທຶນຈາກແຫຼ່ງທີ່ບໍ່ແມ່ນລັດຖະບານ.

ເງິນຊ່ວຍເຫຼືອອາຊີບສຳລັບນັກຮົບເກົ່າຂອງລັດ (Jobs for Veterans' State Grant, JVSG) ໃຫ້ການສະໜອງທຶນຈາກລັດຖະບານກາງເພື່ອດຳເນີນການບໍລິການພາຍນອກສູ່ຊຸມຊົນທຸລະກິດ ແລະ ພະຍາຍາມໂດຍສະໜັບສະໜູນກັນເພື່ອເພີ່ມໂອກາດການຈ້າງງານສຳລັບນັກຮົບເກົ່າ.  ເງິນຊ່ວຍເຫຼືອຍັງໃຫ້ການສະໜອງທຶນສຳລັບການບໍລິການອາຊີບສະເພາະບຸກຄົນ ແລະ ການບໍລິການທີ່ກ່ຽວຂ້ອງກັບການຝຶ
ກອົບຮົມແກ່ນັກຮົບເກົ່າ ແລະ ບຸກຄົນທີ່ມີສິດແຕ່ມີອຸປະສັກຫຼາຍຢ່າງຕໍ່ການຈ້າງງານ.